ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທົ່ວ​ໂລກ​ຍັງ​ມີ​ຍອດ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາດ​ໂຄ​ວິດ-19 ໃນ​ແຕ່​ລະ​ເດືອນ​ຫຼາຍ​ພັນ​ຄົນ

     ໜັງສືພິມ​ກອງທັບ​ປະຊາຊົນ​ ຫວຽດນາມ ​ລາຍ​ງານ​ໃຫ້​ຮູ້​ ໃນ​ວັນ​ທີ 12 ມັງກອນ 2024 ນີ້​ວ່າ: ໃນ​ທົ່ວ​ໂລກ, ພະຍາດ​ໂຄ​ວິດ-19 ຍັງ​ແມ່ນ
​ຄວາມ​ສ່ຽງ​ລະດັບ​ສູງ​ທີ່​ກໍ່ໃຫ້ເກີດ​ບັນຫາ​ສຸຂະພາບ​ໃນ​ເຂດ​ຊຸມ​ຊົນ. ເນື່ອງ​ຈາກ​ພະຍາດ​ດັ່ງກ່າວ ເປັນ​ໄວ​​ຣັສ​ກາຍພັນ​ກໍ່ໃຫ້ເກີດ​ພະຍາດ​ໃໝ່ໆ​ຢູ່​ທຸກໆ
ປະເທດ.

     ທ່ານ​ນາງ Maria van Kerkhove ຮັກສາ​ການ​ຜູ້ອຳນວຍການ​ຂອງ WHO, ຜູ້​ຮັບຜິດ ຊອບ​ວຽກ​ງານ​ກະກຽມ​ປ້ອງ​ກັນ​ພະຍາດ ແລະ
ໂລກລະບາດ ໄດ້​ກ່າວ​ມີ​ຄຳ​ເຫັນ ແລະ ເຕືອນ​ໃນ​ກອງ​ປະຊຸມ​ພິເສດ​ຢູ່ ເຊີ​ແນວ, ປະເທດ​ສະ​ວິດ ວ່າ: ຕາມ​ການ​ຄາດ​ຄະເນ​ໂດຍ​ອີງໃສ່​ການ​ສຳ​ຫຼວດ​
ກວດກາ, ຈຳນວນ​ຜູ້​ຕິດພະ ຍາດ​ໂຄ​ວິດ-19 ຕົວ​ຈິງ​ອາດ​ສູງ​ກວ່າ​ແຕ່ 2 ຫາ 19 ເທົ່າ ເມື່ອທຽບໃສ່​ກໍລະນີ​ໄດ້​ລາຍ​ງານ. ເຖິງ​ວ່າ, ຈຳນວນ​ຜູ້​ເສຍ​ຊີວິດ
​ຈາກ​ພະຍາດ​ໂຄ​ວິດ-19 ໄດ້​ຫຼຸດ​ລົງ​ຫຼາຍ​ພໍ​ສົມຄວນ​ກໍ​ຕາມ, ແຕ່​ວ່າ, ແຕ່​ລະເດືອນ​ຍັງ​ມີ​ຜູ້​ເສຍ​ຊີວິດ​ປະມານ 10.000 ຄົນ ໃນ 50 ປະເທດ​ທົ່ວ​ໂລກ.
ໄລ່​ລຽງ​ຮອດ​ທ້າຍ​ເດືອນ ທັນວາ 2023, ຕົວ​ເລກ​ສະຖິຕິ​ຂອງ​ຂອງ​ອົງການ WHO ໄດ້​ໃຫ້​ຮູ້​ວ່າ: ໃນ​ທົ່ວ​ໂລກ ຍັງ​ມີ​ຜູ້​ເສຍ​ຊີວິດ​ຍ້ອນ​ພະຍາ​ໂຄ​
ວິດ-19 ຫຼາຍ​ກວ່າ 7 ລ້ານ​ຄົນ​ຕໍ່​ເດືອນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 15/01/2024